



ສະບາຍດີຫມູ່ເພື່ອນ-ອ້າຍເອື້ອຍນ້ອງທັງຫມົດໃນໂຮງຮຽນ ມສ ປ່ອງຄຳ ຊົມຮົມຂອງພວກເຮົາໄດ້ກັບມາເປີດຊີຊັນ2 ສານຕໍ່ຈາກ ຊີຊັນ1 ໃຜທີ່ມີຄວາມສາມາດໃນດ້ານ ການຮ້ອງເພງ ຫຼື ຫຼິ້ນເຄື່ອງດົນຕີ ສາມາດຈົດຊື່ນຳ ຫົວຫນ້າຫ້ອງຂອງເເຕ່ລະຫ້ອງໄດ້
ສ່ວນວັນອໍດິຊັ່ນເເມ່ນ ພຸດເເລະພະຫັດ ເວລາ 11:50-12:10 ເເລະ 14:20-14:40 ຫຼັງເລີກຮຽນຕອນສວຍ - ເເລງ
ຫຼືມາພົວພັນ ນຳທີມງານຂອງພວກເຮົາ ທີ່ຫ້ອງ 7/1 , 6/2 ເເລະ 6/3 😊 ພວກເຮົາຫວັງຢ່າງຫຍິ່ງວ່າຈະຊ່ວຍພັດທະນາພອນສະຫວັນເເລະຄວາມສາມາດເພື່ອເປັນປະສົບການດີໆໃຫ້ເເກ່ທຸກໆຄົນໃນການສານຝັນທາງດ້ານດົນຕີ
#ຂໍຂອບໃຈ
#ThisVoiceForYou2




Happy New Year 🎉
ປີໃຫມ່ຟ້າໃຫມ່ແລ້ວ...
ຂໍໃຫ້ສະມາຊິກຊົມຮົມເຮົາທຸກຄົນລວມໄປເຖິງຄູ-ອາຈານ ຫມູ່ເພື່ອນ ເອື້ອຍອ້າຍນ້ອງນັກຮຽນຫມົດທຸກຄົນ ຈົ່ງມີສຸຂະອານາໄມທີ່ແຂງແຮງ...ປະສົບຜົນສຳເລັດໃນທຸກຫນ້າທີ່ວຽກງານ...ກ້າວຂ້າມທຸກໆບັນຫາອຸປະສັກຂອງຊີວິດໄປໃຫ້ໄດ້ດ້ວຍດີ ໂດຍບໍ່ວ່າຈະເປັນບັນຫາທາງດ້ານຄອບຄົວ-ການເງິນ-ການຮຽນ-ຄວາມຮັກ ຂໍໃຫ້ທຸກໆບັນຫາທີ່ກ່າວມານັ້ນສາມາດແກ້ໄຂ ແລະ ຜ່ານມັນໄປໄດ້ດ້ວຍຕົວຂອງທ່ານເອງ...ສຸດທ້າຍເລີຍກໍຄື ຂໍໃຫ້ສະມາຊິກຂອງຊົມຮົມເຮົາທຸກຄົນຈົ່ງຕັ້ງໃຈເຝິກຝົນ ຖະຫນຸຖະຫນອມສຽງຂອງຕົນໃຫ້ດີ ແລະ ໃຫ້ພັດທະນາດີຂຶ້ນເລື້ອຍໆ ພວກອ້າຍເອື້ອຍຈະຄອຍເປັນກຳລັງໃຈໃຫ້...ທີ່ສຳຄັນຄື ໃຫ້ຮັກກັນຕະຫລອດໄປ ດັ່ງຄຳເວົ້າທີ່ວ່າ: "ຄວາມສາມັກຄີເປັນບໍ່ເກີດແຫ່ງຄວາມສຳເລັດ"
ດ້ວຍຄວາມຮັກແພງ
ຊົມຮົມ ສຽງນີ້ຂອງເຈົ້າ